ຈີນຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ກັບວິກິດການ ອູແກຣນ
ເຈລະຈາກັນດ້ວຍສັນຕິວິທີ
ຕາມຂ່າວສານຊິນຮວາລາຍງານໃຫ້ຮູ້, ທ່ານໄຕ້ປີ່ງ, ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງ ການສະຫະປະຊາຊາດກ່າວວ່າ: ຈີນໄດ້ຮຽກຮ້ອງອີກຄັ້ງໜຶ່ງ
ໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງກັບວິກິດການອູແກຣນພິຈາລະນາເພື່ອປະຊາຊົນຢ່າງແທ້ຈິງ, ສຸມຄວາມພະຍາຍາມເຂົ້າໃນການຊຸກຍູ້ໃຫ້ມີສັນຕິພາບ , ອອກແຮງ
ຢ່າງສຸດຂີດເພື່ອໃຫ້ຝ່າຍທີ່ປະທະກັນຟື້ນຟູການເຈລະຈາໃນທາງສັນຕິ ແລະ ບັນລຸການຢຸດຍິງໂດຍໄວ. ທ່ານ ໄຕ້ປີ່ງ ກ່າວຕື່ມວ່າ: ໃນສະພາບການປະທະ
ກັນດ້ວຍກຳລັງອາວຸດດຳເນີນໄປຢ່າງຕໍ່ເນື່ອງ, ບັນຫາມະນຸດສະທຳຄວນຖືເປັນບຸລິມະສິດ. ຈີນກ່າວເນັ້ນມາໂດຍຕະຫຼອດວ່າ, ຝ່າຍທີ່ປະທະກັນຕ້ອງເຄົາລົບ
ກົດໝາຍມະນຸດສະທຳສາກົນ, ຍຶດໝັ້ນເຄົາລົບສິດທິດ້ານມະນຸດສະທຳ, ຫຼີກເວັ້ນການໂຈມຕີປະຊາຊົນ ແລະ ສິ່ງກໍ່ສ້າງຂອງພົນລະເຮືອນ, ຮັບປະກັນຄວາມ
ປອດໄພໃນການເຄື່ອນຍ້າຍບຸກຄົນ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ. ບັນຫາທີ່ກ່ຽວຂ້ອງກັບຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ ແລະ
ການເງິນທົ່ວໂລກ, ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນສະແດງເຖິງໜ້າທີ່ມະນຸດສະທຳ, ເພື່ອຄວບຄຸມຜົນກະທົບທີ່ເກີດຈາກວິກິດການດ້ວຍຮູບການທີ່ມີຄວາມ
ຮັບຜິດຊອບ. ທ່ານ ໄຕ້ປີ່ງ ກ່າວເນັ້ນໜັກຕື່ມວ່າ: ກ່ຽວກັບບັນຫາອູແກຣນ, ຈີນເລືອກຢືນຢູ່ຝ່າຍທີ່ມີສັນຕິພາບ, ຝ່າຍທີ່ມີການສົນທະນາກັນຢ່າງສັນຕິ
ແລະ ຝ່າຍມະນຸດສະທຳຢ່າງສະເໝີຕົ້ນສະເໝີປາຍ. ຈີນຍິນດີຮ່ວມມືກັນກັບປະຊາຄົມໂລກ, ສະໜັບສະໜູນຄວາມພະຍາຍາມທັງໝົດທີ່ມີເພື່ອປະກອບ
ສ່ວນເຂົ້າໃນການແກ້ໄຂວິກິດການອູແກຣນຢ່າງສັນຕິ ແລະ ຊ່ວຍເຫຼືອປະຊາຊົນທັງໝົດທີ່ມີຄວາມເດືອດຮ້ອນຍ້ອນສົງຄາມ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/02/2023